ຄອສສຳລັບທົດສອບ
ການເວົ້າໃນກອງປະຊຸມ ແລະ ການນຳສະເໜີບົດໃຫ້ໜ້າສົນໃຈ (Public Speaking and Presentation Skills).
ຜົນຮັບທີ່ຈະໄດ້:
ພາຍຫຼັງຮຽນແລ້ວ ຜູ້ຮຽນຈະເຂົ້າໃຈວິທີແກ້ໄຂຄວາມກັງວົນ ຕື່ນເຕັ້ນ, ເຂົ້າໃຈວິທີການເວົ້າຕໍ່ໜ້າມວນຊົນໃຫ້ໜ້າເຊື່ອຖື, ການ ໃຊ້ຄຳເວົ້າ, ສຽງເວົ້າ ແລະ ພາສາກາຍ ພ້ອມທັງວິທີການນຳສະເໜີບົດໃຫ້ຄົນຟັງເຂົ້າໃຈ ແລະ ປະທັບໃຈ.
ເນື້ອໃນສຳຄັນຂອງບົດຮຽນ:
ຄວາມໝາຍ ແລະ ຄວາມສຳຄັນຂອງການເວົ້າຕໍ່ໜ້າມວນຊົນ, ສາເຫດທີ່ພາໃຫ້ຢ້ານໃນການເວົ້າຕໍ່ໜ້າມວນຊົນ, ວິທີການເອົາຊະນະຄວາມຢ້ານໃນການເວົ້າຕໍ່ໜ້າມວນຊົນ, ວິທີການຮຽບຮຽງເນື້ອໃນການເວົ້າໃຫ້ໜ້າເຊື່ອຖື, ວິທີການໃຊ້ຄຳເວົ້າ, ສຽງເວົ້າພາສາກາຍ, ວິທີການອອກແບບບົດສະເໜີໃຫ້ເຂົ້າໃຈງ່າຍ, ວິທີການນຳສະເໜີໃຫ້ຄົນຟັງເຂົ້າໃຈ ແລະ ວິທີການຖາມ-ຕອບປະກອບຄຳ ເຫັນໃນກອງປະຊຸມ.
ລາຍລະອຽດຫຍໍ້
- ວິທີເອົາຊະນະຄວາມຢ້ານໃນການເວົ້າ.
- ວິທີເວົ້າໃຫ້ໜ້າເຊື່ອຖື.
- ວິທີການສຽງ ພາສາກາຍ ແລະ ຄຳເວົ້າໃຫ້ເຂົ້າໃຈງ່າຍ.
- ໂຄງຮ່າງການເຮັດບົດສະເໜີໃຫ້ເຂົ້າໃຈງ່າຍ.
- ວິທີເຮັດບົດສະເໜີໃຫ້ເປັນມືອາຊີບ.
- ທັກສະການນຳສະເໜີບົດໃນກອງປະຊຸມ.
- ທັກສະການປະກອບຄຳເຫັນໃນກອງປະຊຸມ.
- ທັກສະການແກ້ໄຂສະຖານະການເທິງເວທີ.
ໄລຍະເວລາຮຽນ:
3 ເດືອນ (ສາມາດເລືອກເວລາຮຽນໄດ້ຕາມສະດວກ).
ວິທີການຮຽນ:
ຮຽນຜ່ານການອ່ານຫຼັກການ ແລະ ເບິ່ງວິດີໂອ ແລ້ວຝຶກເອງ ພາຍຫຼັງຮຽນແລ້ວຈະມີການຕອບຄຳຖາມເພື່ອປະເມີນຄວາມເຂົ້າໃຈ. ຖ້າຄະແນນກາຍ 80% ຈິ່ງຈະໄດ້ໃບຢັ້ງຢືນ.
- 4 ພາກສ່ວນ
- 3 ບົດຮຽນ
- 3 ນາທີ
- ຄວາມໝາຍ ແລະ ຄວາມສຳຄັນຂອງການເວົ້າຕໍ່ໜ້າມວນຊົນ2
- ວິທີການເອົາຊະນະຄວາມຢ້ານໃນການເວົ້າຕໍ່ໜ້າມວນຊົນ1
- ວິທີການຖາມ-ຕອບປະກອບຄຳເຫັນໃນກອງປະຊຸມ2
- Quiz1
ທອງດີ ພົມມະວົງສາ, ປະລິນຍາໂທສາຂາພັດທະນາສັງຄົມ ແລະ ປະລິນຍາຕຣີເສດຖະສາດ. ຈົບວິຊາສະເພາະການສື່ສານ ແລະ ການເວົ້າຕໍ່ໜ້າມວນຊົນຈາກ ມະຫາວິທະຍາໄລ New York, USA, LAC TOASMASTERD ປະສົບການ25ປີໃນການເວົ້າຕໍ່ໜ້າມວນຊົນ ແລະ ການໂຄສະນາປະຊາສຳພັນ.ວິທະຍາກອນການເປັນຜູ້ນຳ ແລະ ການສື່ສານທີ່ມີປະສິດທິພາບ
ເຈົ້າອາດຈະສົນໃຈ
-
100 ນັກຮຽນ
-
12 ອາທິດ
-
105 ນັກຮຽນ
-
Lifetime
-
101 ນັກຮຽນ
-
12 ອາທິດ
-
100 ນັກຮຽນ
-
4 ອາທິດ
