ບັນຍາກາດ ການຝຶກອົບຮົມ ຫຼັກສູດ
“ ທັກສະການສື່ສານ ສຳລັບແພດໝໍ “
“ Communication Skills for Medical Providers “ 🧑‍⚕️👩‍⚕️
ເປັນຫຼັກສູດໃໝ່ໄຟແຮງ ທີ່ພະຍາບານ ແພດ ໝໍ ທັງພາກລັດ ແລະ ເອກະຊົນ ຈອງລົງທະບຽນເຕັມຢ່າງໄວວາເກີນຄາດ 🤩
ເຊິ່ງເຮົາເນັ້ນປະຕິບັດຕົວຈິງ ຫຼາຍກວ່າທິດສະດີ ບໍ່ວ່າຈະເປັນ: ສາທິດການທັກທາຍຄົນໄຂ້ແບບເປັນກັນເອງ ການເວົ້າໃຫ້ກຳລັງໃຈຄົນໄຂ້ ແລະ ຝຶກການໃຫ້ຄຳປຶກສາຄົນໄຂ້ ເພື່ອປັບພຶດຕິກຳໃຫ້ດີຂຶ້ນ 🥰