ຜ່ານໄປແລ້ວກັບການກິດຈະກຳ Team building ໃຫ້ກັບບໍລິສັດ AGL ປະກັນໄພລາວ
ສູນຝຶກທັກສະຂໍຊົມເຊີຍ ແລະ ຂອບໃຈ 
ທາງບໍລິສັດ AGL ປະກັນໄພລາວ ທີ່ໄວ້ໃຈ ເຊື່ອໝັ້ນ ແລະ ໝັ້ນໃຈໃຫ້ເຮົາໄດ້ເຕີມເຕັມຄວາມຮູ້ ແລະ ສ້າງສາຍສຳພັນໃຫ້ແກ່ບຸກຄະລາກອນ 100 ກວ່າຄົນ
ພາຍໃນງານເຕັມໄປດ້ວຍຄວາມມ່ວນ ຮອຍຍິ້ມ ສຽງຫົວ ແລະ ນ້ຳຕາແຫ່ງຄວາມຊາບຊຶ້ງໃຈ ຈາກການໄດ້ເວົ້າຄວາມໃນໃຈ ບອກສິ່ງດີໆ ຄວາມພູມໃຈໃນໜ້າວຽກ ອາຊີບທີ່ເຮັດຢູ່ ການເຮັດວຽກຮ່ວມກັນເປັນທີມ ແລະ ໄດ້ເຂົ້າໃຈເຖິງການເປັນຜູ້ນຳ ທີ່ຕ້ອງໄດ້ເປັນແບບຢ່າງ ນຳພາທີມໃຫ້ໄປຮອດເປົ້າໝາຍອັນດຽວກັນ









